I. ປະຫວັດຄວາມເປັນມາຂອງກົມອາຊີວະສຶກສາ

ນັບແຕ່ປີ 1975 ເປັນຕົ້ນມາ ກົມອາຊີວະສຶກສາໄດ້ຮັບການພັດທະນາ, ຂະຫຍາຍຕົວ ແລະ ມີຜົນສຳເລັດໃນການກໍ່ສ້າງ ແລະ ຝຶກອົບຮົມນາຍຊ່າງ ແລະ ນັກວິຊາການແຕ່ລະໄລຍະດັ່ງນີ້:

ປີ 1975-1983: ພາກສ່ວນມະຫາວິທະຍາໄລ ແລະອາຊີວະສຶກສາ, ມີຄະນະກົມ 4 ທ່ານໂດຍແມ່ນ ທ່ານ ຄຳຕັນ ຈັນທະລາ ເປັນຫົວໜ້າມີ 4 ພະແນກ: ພະແນກວິຊາຊີບຊັ້ນຕົ້ນ, ຊັ້ນກາງ ແລະຊັ້ນສູງ, ມີຮອງປະທານ 2 ທ່ານ, ຫົວໜ້າພະແນກ ແລະ ຮອງຫົວໜ້າ ພະແນກພ້ອມດ້ວຍວິຊາການຈຳນວນໜຶ່ງ.

ປີ 1984 -1988: ກົມມະຫາວິທະຍາໄລ ແລະ ອາຊີວະສຶກສາໂດຍແມ່ນ ທ່ານ ຄຳຕັນ ຈັນທະລາ ເປັນຫົວໜ້າກົມ, ມີຮອງຫົວໜ້າ 2 ທ່ານ, ບໍ່ມີພະແນກ; ຮອງຫົວໜ້າກົມແຕ່ລະຄົນຊີ້ນຳແຕ່ລະໜ້າວຽກທີ່ປະກອບດ້ວຍວິຊາການດ້ານຕ່າງໆ.

ປີ 1989-1991: ພາກສ່ວນມະຫາວິທະຍາໄລ ແລະ ອາຊີວະສຶກສາ ໂດຍແມ່ນ ທ່ານ ດຣ. ສີຄຳຕາດ ມິຕາໄລ ເປັນຫົວໜ້າພາກສ່ວນ, ມີຄະນະ 2 ທ່ານ, ບໍ່ມີພະແນກ, ຮອງ ຫົວໜ້າກົມ ແຕ່ລະຄົນຊີ້ນຳ ແຕ່ລະໜ້າວຽກ ທີ່ປະກອບດ້ວຍວິຊາການດ້ານຕ່າງໆ.

ປີ 1991 -1998: ກົມອາຊີວະສຶກສາ ແລະມະຫາວິທະຍາໄລໂດຍແມ່ນ ທ່ານ ດຣ. ສີຄຳຕາດ ມິຕາໄລ ເປັນຫົວໜ້າກົມ, ມີ 3 ພະແນກການເຊັ່ນ: ພະແນກບໍລິຫານ, ພະແນກອາຊີວະສຶກສາ ແລະ ພະແນກສຶກສາຊັ້ນສູງ, ຮອງກົມແຕ່ລະຄົນຊີ້ນຳ ພະແນກກ່ຽວຂ້ອງ, ມີຮອງກົມ 2 ຕຳແໜ່ງ, ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ 1-2 ຕຳແໜ່ງພ້ອມດ້ວຍນັກວິຊາການກ່ຽວຂ້ອງຈຳນວນໜຶ່ງ.

ປີ 1998-2000: ກົມອາຊີວະສຶກສາ ແລະການສຶກສາຊັ້ນສູງ ຕາມດຳລັດນາຍົກລັດຖະມົນຕີ ສະບັບ ເລກທີ 167/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງ ສຶກສາທິການ ແລະ ກິລາ ໂດຍແມ່ນ: ທ່ານ ດວງຕາ ບຸນລາວົງ ເປັນຫົວໜ້າກົມມີ 4 ພະແນກການໄດ້ແກ່: ພະແນກບໍລິຫານ, ພະແນກອາຊີວະສຶກສາ, ພະແນກການສຶກສາ ຊັ້ນສູງ, ພະແນກ ຄຸ້ມຄອງນັກສຶກສາ, ມີຮອງກົມ 2 ຕຳແໜ່ງ, ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ 1-2 ຕຳແໜ່ງພ້ອມດ້ວຍນັກວິຊາການ ຈຳນວນໜຶ່ງ.

ປີ 2001-2003: ກົມອາຊີວະສຶກສາ ແລະການສຶກສາຊັ້ນສູງໂດຍແມ່ນ ທ່ານ ດຣ. ສີຄຳຕາດ ມິຕາໄລ ຄືນມາເປັນຫົວໜ້າກົມ, ມີ 4 ພະແນກການໄດ້ແກ່: ພະແນກ ບໍລິຫານ, ພະແນກ ອາຊີວະສຶກສາ, ພະແນກ ການສຶກສາຊັ້ນສູງ, ພະແນກ ຄຸ້ມຄອງນັກສຶກສາ, ມີຮອງກົມ 2 ຕຳແໜ່ງ ຫົວໜ້າຫ້ອງການ ສອຊ (ຮອງກົມ), ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ1-2ຕຳແໜ່ງພ້ອມດ້ວຍນັກວິຊາການຈຳນວນໜຶ່ງ. ໃນປີ 2002 ສະພາທີ່ປຶກສາອາຊີວະສຶກສາແຫ່ງຊາດ ແລະ ຫ້ອງການປະຈຳສະພາທີ່ປຶກສາອາຊີວະສຶກສາແຫ່ງຊາດໂດຍການຊີ້ນຳຂອງຫົວໜ້າກົມອາຊີວະສຶກສາ ແລະ ການສຶກສາຊັ້ນສູງ.

ປີ 2003-2008: ກົມອາຊີວະສຶກສາ ແລະການສຶກສາຊັ້ນສູງໂດຍແມ່ນ ທ່ານ ຮສ. ດຣ ກອງສີ ແສງມະນີ ເປັນຫົວໜ້າກົມ, ມີ 4 ພະແນກການໄດ້ແກ່: ບໍລິຫານ, ອາຊີວະສຶກສາ, ການສຶກສາຊັ້ນສູງ ຄຸ້ມຄອງນັກສຶກສາ, ມີຮອງກົມ 2 ຕຳແໜ່ງ, ຫົວໜ້າຫ້ອງການປະຈຳ ສອຊ (ຮອງກົມ), ຫົວໜ້າພະແນກ ແລະ ຮອງພະແນກ 1-2 ຕຳແໜ່ງ ພ້ອມດ້ວຍນັກວິຊາການຈຳນວນໜຶ່ງ.

ປີ 2008-2010: ປະຈຸບັນ: ກົມອາຊີວະສຶກສາ ແລະ ການສຶກສາຊັ້ນສູງໄດ້ແຍກອອກເປັນ ກົມອາຊີວະສຶກສາ ຕາມດຳລັດ ຂອງ ນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຊີວະສຶກສາ ສະບັບ ເລກທີ 62/ນຍ ລົງວັນທີ 07/04/2008 ໂດຍແມ່ນ ທ່ານ ຮສ. ດຣ ກອງສີ ແສງມະນີ ເປັນຫົວໜ້າກົມ, ມີ 4 ພະແນກການໄດ້ແກ່: ພະແນກບໍລິຫານ, ພະແນກຕິດຕາມ-ປະເມີນຜົນ, ຮອງກົມ 3 ຕຳແໜ່ງ, ຫົວໜ້າຫ້ອງການປະຈຳ ສອພຊ (ຮອງກົມ), ຫົວໜ້າພະແນກ ແລະ ຮອງຫົວໜ້າ ພະແນກ 1 ຕຳແໜ່ງ ພ້ອມດ້ວຍນັກວິຊາການຈຳນວນໜຶ່ງ.

ປີ 2010-2023 ຫາປັດຈຸບັນ ກົມອາຊີວະສຶກສາແມ່ນໄດ້ປະຕິບັດວຽກງານ ໂດຍແມ່ນ ທ່ານ ໜູພັນ ອຸດສາ ເປັນຫົວໜ້າກົມ ປະກອບມີ 4 ພະແນກຄຶ: ພະແນກບໍລິຫານ ຄົ້ນຄ້ວາສັງລວມ, ພະແນກພັດທະນາ ແລະ ຄຸ້ມຄອງບຸກຄະລາກອນ, ພະແນກກວດກາ ແລະ ຕິດຕາມປະເມີນຜົນ, ພະແນກຄຸ້ມຄອງຂໍ້ມູນຂ່າວສານ ແລະ ການຮຽນການສອນທາງໄກ ມີຮອງກົມ 3 ທ່ານ, ຫົວໜ້າຫ້ອງການ ສອພຊ (ຮອງກົມ) , ຫົວໜ້າພະແນກ ແລະ ຮອງພະແນກ 1 ຕໍາແໜ່ງ ພ້ອມດ້ວຍພະນັກງານວິຊາການ. ປະຈຸບັນສະຖານອາຊີວະສຶກສາ ທີ່ຢູ່ໃນການຄຸ້ມຄອງຂອງກົມອາຊີວະສຶກສາ ທັງພາກລັດ ແລະ ເອກະຊົນ ທັງໝົດຈຳນວນ 84 ແຫ່ງ ໃນນັ້ນສະຖານອາຊີວະສຶກສາພາກລັດມີ 26 ແຫ່ງ ແລະ ພາກເອກະຊົນມີ 58 ແຫ່ງ.