ວິທະຍາໄລ ເຕັກນິກ ວິຊາຊີບ ການລົດໄຟ LRTVC

ME
ME

ຂໍ້ມູນກ່ຽວກັບ ວິທະຍາໄລ ເຕັກນິກ ວິຊາຊີບ ການລົດໄຟ

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ແມ່ນຂື້ນກັບການຄຸ້ມຄອງຂອງກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍການຊ່ວຍເຫຼືອລ້າ ຈາກລັດຖະບານຈີນ. ເນື້ອທັງໝົດຂອງວິທະຍາໄລ ມີ 14.5 ເຮັກຕາ, ເນື້ອທີ່ກໍ່ສ້າງ ທັງໝົດປະມານ 33.000 ຕາແມັດ. ການຈັດສັນເຂດວິທະຍາໄລປະກອບ ມີ: ເຂດຫ້ອງການບໍລິຫານ, ເຂດການຮຽນ-ການສອນ, ເຂດພາກປະຕິບັດ, ເຂດຫໍພັກ, ເຂດອອກກໍາລັງກາຍຫຼິ້ນກິລາ ແລະ ເຂດຊົມທັດສະນີຍະພາບ. ດ້ານຕາເວັນຕົກຂອງວິທະຍາໄລແມ່ນເຂດຫ້ອງການບໍລິຫານ ແລະ ເຂດການຮຽນ-ການສອນ; ດ້ານຕາເວັນອອກແມ່ນເຂດຫໍພັກນັກສຶກສາ ແລະ ຫໍພັກຄູ-ອາຈານ ປະກອບເປັນເຂດທີ່ຢູ່ອາໄສ; ດ້ານເໜືອແມ່ນເຂດອາຄານພາກປະຕິບັດ, ຫ້ອງຮຽນພາກປະຕິບັດ ແລະ ເດີ່ນພາກປະຕິບັດ ເພື່ອໃຊ້ເປັນເຂດການຮຽນ-ການສອນພາກປະຕິບັດຕົວຈິງ ແລະ ດ້ານໃຕ້ແມ່ນເຂດອອກກໍາລັງກາຍ. ສິ່ງປຸກສ້າງທີ່ສໍາຄັນຂອງວິທະຍາໄລປະກອບມີ ອາຄານອະເນກປະສົງ, ອາຄານບໍລິຫານ ແລະ ການຮຽນ-ການສອນ, ອາຄານພາກປະຕິບັດ, ຫໍພັກນັກວິຊາການ-ຄູອາຈານ ແລະ ຫໍພັກນັກສຶກສາ. ວິທະຍາໄລມີປະຕູທາງ ເຂົ້າ-ອອກ 2 ທາງ, ມີທາງວົງແຫວນຮອບໃນ ແລະ ທາງວົງແຫວນຮອບນອກ ເຊິ່ງ ທາງວົງແຫວນຮອບນອກແມ່ນໃຊ້ເປັນທາງສໍາລັບຍານພາຫະນະ ແລະ ທາງວົງແຫວນຮອບໃນແມ່ນທາງໃຊ້ສໍາລັບຄົນຍ່າງ. ...ເອກະສານ


me

ອາຄານບໍລິຫານ ແລະ ການຮຽນ-ການສອນ

ອາຄານບໍລິຫານ ແລະ ການຮຽນ-ການສອນ ມີເນື້ອທີ່ກໍ່ສ້າງ 7.427,64 ຕາແມັດ, ເຊິ່ງພາກສ່ວນອາຄານ ການຮຽນ-ການສອນ ລວມມີ ຫ້ອງຮຽນ 36 ຫ້ອງ, ໃນນັ້ນຫ້ອງຮຽນອະເນກປະສົງມີ 18 ຫ້ອງ. ພາກສ່ວນອາຄານບໍລິຫານ ລວມມີ ຫ້ອງການ, ຫ້ອງປະຊຸມ, ຫ້ອງເກັບເອກະສານ ແລະ ອື່ນໆ. ການຈັດສັນຫ້ອງຮຽນ, ຫ້ອງການຕົ້ນຕໍແມ່ນຈັດລຽງກັນໂດຍຫັນໜ້າໄປທາງທິດເໜືອ, ປະກອບເປັນ 3 ສິ່ງກໍ່ສ້າງທີ່ເຊື່ອມຕໍ່ຫາກັນດ້ວຍລະບຽງເຊື່ອມຕໍ່, ຢູ່ລະບຽງເຊື່ອມຕໍ່ ປະກອບມີ ຫ້ອງປະຊຸມ, ຫ້ອງຮັບຕ້ອນ, ຫ້ອງຈັດກິດຈະກໍາຂອງນັກສຶກສາ ແລະ ອື່ນໆ. ການອອກແບບແມ່ນເນັ້ນໃສ່ການປົກປັກຮັກສາຕົ້ນໄມ້ໃຫຍ່ເດີມທີ່ມີຢູ່ແລ້ວເປັນສໍາຄັນ, ບັນດາສິ່ງກໍ່ສ້າງໄດ້ເຊື່ອມຕໍ່ເຂົ້າກັນລະຫວ່າງ ເດີ່ນ ແລະ ສວນ, ຊັ້ນລຸ່ມສຸດເປັນເຂດໂລ່ງຫວ່າງ ແລະ ລະບຽງນອກອາຄານໃຊ້ເປັນພື້ນທີ່ໃນການພົບປະແລກປ່ຽນຂອງບັນດາພະນັກງານ, ຄູອາ-ຈານ ແລະ ນັກສຶກສາ. ...ເອກະສານ

ຂ່າວ2

ອາຄານພາກປະຕິບັດ

ອາຄານພາກປະຕິບັດມີເນື້ອທີ່ກໍ່ສ້າງ 5.439,07 ຕາແມັດ, ການນໍາໃຊ້ຕົ້ນຕໍແມ່ນໃຊ້ເປັນສະຖານທີ່ສິດສອນວິຊາສະເພາະພາກປະຕິບັດ, ເຊິ່ງປະກອບມີຫ້ອງຮຽນພາກປະຕິບັດຂອງວິຊາສະເພາະໃນແຕ່ລະຂະແໜງ. ການອອກແບບກໍ່ສ້າງແມ່ນເປັນແບບລະບຽງດ່ຽວ, ການຈັດສັນແຜນຜັງແມ່ນແບ່ງເປັນ 3 ຊ່ວງ, ໂດຍໃຊ້ລະບຽງເຊື່ອມຕໍ່ເຂົ້າເປັນລະບົບສິ່ງປຸກສ້າງອັນດຽວກັນ, ການອອກແບບລະບຽງເຊື່ອມຕໍ່ຊັ້ນໜຶ່ງຂອງອາຄານແມ່ນຈໍາລອງ ທາງເຂົ້າ-ອອກສະຖານີ, ເດີ່ນສະໜາມໜ້າອາຄານແມ່ນຈໍາລອງເປັນເດີ່ນໜ້າສະຖານີ. ການອອກແບບອາຄານຮຽນພາກປະຕິບັດແມ່ນປະສົມປະສານກັບເດີ່ນພາກປະຕິບັດໄປຄຽງຄູ່ກັນ, ໂດຍເປັນການຈໍາລອງສະພາວະການນໍາໃຊ້ສະຖານີລົດໄຟ ທີ່ປະກອບມີ ລາງລົດໄຟ, ລະບຽງຖ້າລົດ, ທາງເຂົ້າ-ອອກສະຖານີ, ເດີ່ນໜ້າສະຖານີ ແລະ ອື່ນໆ ຕາມລໍາດັບ. ...ເອກະສານ

Me

ອາຄານອະເນກປະສົງ

ອາຄານອະເນກປະສົງ ແມ່ນຕັ້ງຢູ່ມຸມດ້ານຕາເວັນຕົກສ່ຽງໃຕ້ຂອງວິທະຍາໄລ, ມີເນື້ອທີ່ກໍ່ສ້າງ 8.038,71 ຕາແມັດ, ສິ່ງກໍ່ສ້າງໂດຍລວມແມ່ນກະຈາຍອອກໄປແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກ. ເຊິ່ງການອອກແບບນໍາໃຊ້ແມ່ນລວມມີ ຫໍສະໝຸດ, ໂຮງອາຫານນັກສຶກສາ, ໂຮງອາຫານພະນັກງານ ແລະ ຄູ-ອາຈານ, ຫ້ອງປະຊຸມໃຫຍ່, ເດີ່ນບານບ້ວງໃນຮົ່ມ, ຫ້ອງປະຖົມພະຍາບານ, ຫ້ອງຕິດຕັ້ງອຸປະກອນເຄື່ອງຈັກ, ຫ້ອງຈັດກິດຈະກໍາທາງສັງຄົມ ແລະ ອື່ນໆ, ເຊິ່ງເປັນສະຖານທີ່ສໍາຄັນໃນການຈັດກິດຈະກໍາປະຈໍາວັນຂອງວິທະຍາໄລ, ເປັນສະໂມສອນ ແລະ ບ່ອນຈັດກິດ ຈະກໍາທາງສັງຄົມທີ່ຄົບຖ້ວນສົມບູນ, ປະກອບກັບເດີ່ນກິລາກາງແຈ້ງ ກາຍເປັນເຂດຈັດກິດຈະກໍາ ແລະ ຫຼິ້ນກິລາ-ອອກກໍາລັງກາຍຂອງວິທະຍາໄລ. ...ເອກະສານ

me me me me
me me
me me
« 1 2 3 4 »

ຂໍ້ມູນສະຖິຕິຂອງວິທະຍາໄລ ໃນສົກປີ 2023-2024

ຂໍ້ມູນພະນັກງານຄູອາຈານທັງໜົດ: 40 ກ່ວາຄົນ

40 ກ່ວາຄົນ

ຂໍ້ມູນຈໍານວນແຜນຮັບນັກຮຽນ

360 ຄົນ

ຈໍານວນສາຂາວິຊາທີ່ສອນ

6 ສາຂາວິຊາ


ວິທະຍາໄລ ເຕັກນິກ ວິຊາຊີບ ການລົດໄຟ ປະກອບມີ 3 ພະແນກ ແລະ 06 ພາກວິຊາ

  • ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ
  • ເປັນເສນາທິການ ໃຫ້ແກ່ຄະນະອໍານວຍການວິທະຍາໄລ ໃນວຽກງານການບໍລິຫານ ແລະ ຈັດຕັ້ງພະນັກງານ, ສັງລວມແຜນຍຸດທະສາດ, ແຜນພັດທະນາ, ແຜນການປະຈໍາປີ, ປະຈໍາເດືອນ ແລະ ປະຈໍາອາທິດ.
  • ພະແນກວິຊາການ
  • ເປັນເສນາທິການໃຫ້ຄະນະອໍານວຍການ ວິທະຍາໄລ ໃນການບໍລິຫານ-ຄຸ້ມຄອງວິຊາການ,ຄຸ້ມຄອງ ການພັດທະນາຫຼັກສູດ, ສຶ່ການຮຽນການສອນ ແລະ ຄົ້ນຄ້ວາວິໄຈ ນະວັດຕະກໍາ, ສ້າງແຜນເຄື່ອນໄຫວ ວິຊາການປະຈໍາແຕ່ລະພາກຮຽນ
  • ພະແນກກິດຈະການນັກສຶກສາ
  • ເປັນເສນາທິການໃຫ້ຄະນະອໍານວຍການ ວິທະຍາໄລ ໃນວຽກງານກິດຈະການນັກສຶກສາ, ສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບການບໍລິຫານ-ຄຸ້ມຄອງນັກສຶກສາ, ສຶກສາອົບຮົມ ການປະຕິບັດລະບຽບວິໄນຂອງນັກສຶກສາ, ຄຸ້ມຄອງ, ການລາພັກ, ວຽກຫໍພັກ ແລະ ເຮືອນຄົວ

ຂໍ້ມູນຕິດຕໍ່: https://tved.edu.la/lrtvc.php

Laorailway2023@gmail.com

ຫຼັກ16 ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໂທລະສັບ:85620 22216933,59741900.


Me

ໂຄງປະກອບກົງຈັກ

ຜຸ້ອໍານວຍການ ຮອງຜຸ້ອໍານວຍການ ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ, ພະແນກວິຊາການ, ພະແນກກິດຈະການນັກສຶກສາ ແລະ ພາກວິຊາ ເຕັກນິກຫົວລົດໄຟ, ພາກວິຊາ ຂົນສົ່ງທາງລົດໄຟ, ພາກວິຊາ ເຕັກນິກຕູ້ລົດໄຟ, ພາກວິຊາ ວິສະວະກໍາທາງລົດໄຟ, ພາກວິຊາ ລະບົບໄຟຟ້າລົດໄຟ ແລະ ພາກວິຊາ ສັນຍານທາງລົດໄຟ

ໂຄງປະກອບຂອງສະພາທີ່ປຶກສາ

ຜູ້ຊົງຄຸນວຸດທິຈາກພາກເອກະຊົນ, ຜູ້ອໍານວຍການ, ຜູ້ຕ່າງໜ້າຂະແໜງການຂອງລັດ, ຜູ້ຕ່າງໜ້າວິສະຫະກິດທັງພາກລັດ ແລະ ເອກະຊົນ ,ຫົວໜ້າພະແນກ/ຫົວໜ້າພາກວິຊາ ແລະ ຕ່າງໜ້າ 03 ອົງການຈັດຕັ້ງມະຫາຊົນ.

Me
ວິທະຍາໄລ ເຕັກນິກ ວິຊາຊີບ ການລົດໄຟ LRTVC