ວິທະຍາໄລ ເຕັກນິກ ວິຊາຊີບ ການລົດໄຟ LRTVC

ME

ການແນະນໍາກ່ຽວກັບ ວິທະຍາໄລ ເຕັກນິກ ວິຊາຊີບ ການລົດໄຟ

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ແມ່ນຂື້ນກັບການຄຸ້ມຄອງຂອງກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ໂດຍການຊ່ວຍເຫຼືອລ້າ ຈາກລັດຖະບານຈີນ. ເນື້ອທັງໝົດຂອງວິທະຍາໄລ ມີ 14.5 ເຮັກຕາ, ເນື້ອທີ່ກໍ່ສ້າງ ທັງໝົດປະມານ 33.000 ຕາແມັດ. ການຈັດສັນເຂດວິທະຍາໄລປະກອບ ມີ: ເຂດຫ້ອງການບໍລິຫານ, ເຂດການຮຽນ-ການສອນ, ເຂດພາກປະຕິບັດ, ເຂດຫໍພັກ, ເຂດອອກກໍາລັງກາຍຫຼິ້ນກິລາ ແລະ ເຂດຊົມທັດສະນີຍະພາບ. ດ້ານຕາເວັນຕົກຂອງວິທະຍາໄລແມ່ນເຂດຫ້ອງການບໍລິຫານ ແລະ ເຂດການຮຽນ-ການສອນ; ດ້ານຕາເວັນອອກແມ່ນເຂດຫໍພັກນັກສຶກສາ ແລະ ຫໍພັກຄູ-ອາຈານ ປະກອບເປັນເຂດທີ່ຢູ່ອາໄສ; ດ້ານເໜືອແມ່ນເຂດອາຄານພາກປະຕິບັດ, ຫ້ອງຮຽນພາກປະຕິບັດ ແລະ ເດີ່ນພາກປະຕິບັດ ເພື່ອໃຊ້ເປັນເຂດການຮຽນ-ການສອນພາກປະຕິບັດຕົວຈິງ ແລະ ດ້ານໃຕ້ແມ່ນເຂດອອກກໍາລັງກາຍ. ສິ່ງປຸກສ້າງທີ່ສໍາຄັນຂອງວິທະຍາໄລປະກອບມີ ອາຄານອະເນກປະສົງ, ອາຄານບໍລິຫານ ແລະ ການຮຽນ-ການສອນ, ອາຄານພາກປະຕິບັດ, ຫໍພັກນັກວິຊາການ-ຄູອາຈານ ແລະ ຫໍພັກນັກສຶກສາ. ວິທະຍາໄລມີປະຕູທາງ ເຂົ້າ-ອອກ 2 ທາງ, ມີທາງວົງແຫວນຮອບໃນ ແລະ ທາງວົງແຫວນຮອບນອກ ເຊິ່ງ ທາງວົງແຫວນຮອບນອກແມ່ນໃຊ້ເປັນທາງສໍາລັບຍານພາຫະນະ ແລະ ທາງວົງແຫວນຮອບໃນແມ່ນທາງໃຊ້ສໍາລັບຄົນຍ່າງ.


ເຂດສູນກາງຊົມທັດສະນີຍະພາບ

ເຂດສູນກາງຊົມທັດສະນີຍະພາບ ແມ່ນຕັ້ງຢູ່ເສັ້ນໃຈກາງທາງເຂົ້າຂອງວິທະຍາໄລ, ໂດຍການວາງຜັງເປັນຮູບວົງແຫວນ, ປະກອບມີປະຕູຮູບສີ່ລ່ຽມ 6 ອັນ, ປະສົມປະສານກັບສິ່ງແກະສະລັກທີ່ມີເອກະລັກສະເພາະ. ຮູບວົງແຫວນແມ່ນສັນຍາລັກແຫ່ງດິນແດນຕິດຈອດກັນ, ມີມິດຕະພາບທີ່ຍາວນານ ແລະ ການສ້າງຄູ່ຮ່ວມຊາຕາກໍາຂອງສອງຊາດລາວ-ຈີນ. ໃນການອອກແບບວາງຜັງວົງແຫວນກັບເດີ່ນສະໜາມດ້ານໜ້າປະກອບເຂົ້າກັນຄືດັ່ງຕົ້ນໄມ້ໃຫຍ່ຂຽວສະອຸ່ມຊຸມເຢັນທີ່ດົກໜາ.ດ້ານໜ້າຂອງຊິ້ນສ່ວນແກະສະລັກທີ່ເປັນເອກະລັກສະເພາະນັ້ນຄ້າຍດັ່ງສອງມືຈັບກັນ, ເຊິ່ງມີຄວາມໝາຍທາງດ້ານຈິດໃຈໃນການເປັນປະເທດເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ,ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີຂອງສອງຊາດ ລາວ-ຈີນ.


ຫໍພັກນັກວິຊາການ, ຄູອາຈານ ແລະ ນັກສຶກສາ

ຫໍພັກທີມງານນັກວິຊາການ ແລະ ຄູ-ອາຈານ ມີເນື້ອທີ່ກໍ່ສ້າງ 3.077,77 ຕາແມັດ. ທັງໝົດປະກອບມີຫ້ອງຊຸດ 18 ຫ້ອງ, ຫ້ອງພັກຄູ-ອາຈານ 39 ຫ້ອງ, ຕົ້ນຕໍແມ່ນເພື່ອຕອບສະໜອງຄວາມຕ້ອງການດ້ານທີ່ພັກອາໄສ ແລະ ໃຊ້ຊີວິດປະຈໍາວັນຂອງ ຜູ້ຊ່ຽວຊານ ແລະ ຄູ-ອາຈານ ໃຫ້ໄດ້ຢ່າງພຽງພໍ. ປະກອບມີເຮືອນຄົວ, ຫ້ອງອາຫານ, ຫ້ອງຊັກເຄື່ອງລວມ, ຫ້ອງອອກກໍາລັງກາຍ, ຫ້ອງອ່ານໜັງສື, ຫ້ອງປະຊຸມ, ຫໍພັກ ທີມງານນັກວິຊາການ, ຫໍພັກຄູ-ອາຈານ, ບ່ອນຈອດລົດ ແລະ ອື່ນໆ. ຫໍພັກນັກສຶກສາທັງໝົດ 3 ຫຼັງ, ລວມມີຫໍພັກນັກສຶກສາຍິງ 1 ຫຼັງ, ຫໍພັກນັກສຶກສາຊາຍ 2 ຫຼັງ, ອາຄານແຕ່ລະຫຼັງມີເນື້ອທີ່ກໍ່ສ້າງ 2.411,87 ຕາແມັດ, ມີຫ້ອງນອນນັກສຶກສາ 6 ຄົນ/ຫ້ອງ, ມີຈໍານວນທັງໝົດ 165 ຫ້ອງ. ເຊິ່ງຈັດສັນມີຫ້ອງຄຸ້ມຄອງບໍລິຫານຫໍພັກ, ຫ້ອງຊັກເຄື່ອງ, ຫ້ອງນໍ້າລວມ, ຫ້ອງອາບນໍ້າລວມ, ຫໍພັກນັກສຶກສາ, ເຂດອອກກໍາລັງກາຍ ແລະ ບ່ອນຈອດລົດຖີບ.


ວິທະຍາໄລ ເຕັກນິກ ວິຊາຊີບ ການລົດໄຟ ປະກອບມີ 3 ພະແນກ ແລະ 06 ພາກວິຊາ

  • ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ
  • ເປັນເສນາທິການ ໃຫ້ແກ່ຄະນະອໍານວຍການວິທະຍາໄລ ໃນວຽກງານການບໍລິຫານ ແລະ ຈັດຕັ້ງພະນັກງານ, ສັງລວມແຜນຍຸດທະສາດ, ແຜນພັດທະນາ, ແຜນການປະຈໍາປີ, ປະຈໍາເດືອນ ແລະ ປະຈໍາອາທິດ.
  • ພະແນກວິຊາການ
  • ເປັນເສນາທິການໃຫ້ຄະນະອໍານວຍການ ວິທະຍາໄລ ໃນການບໍລິຫານ-ຄຸ້ມຄອງວິຊາການ,ຄຸ້ມຄອງ ການພັດທະນາຫຼັກສູດ, ສຶ່ການຮຽນການສອນ ແລະ ຄົ້ນຄ້ວາວິໄຈ ນະວັດຕະກໍາ, ສ້າງແຜນເຄື່ອນໄຫວ ວິຊາການປະຈໍາແຕ່ລະພາກຮຽນ
  • ພະແນກກິດຈະການນັກສຶກສາ
  • ເປັນເສນາທິການໃຫ້ຄະນະອໍານວຍການ ວິທະຍາໄລ ໃນວຽກງານກິດຈະການນັກສຶກສາ, ສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບການບໍລິຫານ-ຄຸ້ມຄອງນັກສຶກສາ, ສຶກສາອົບຮົມ ການປະຕິບັດລະບຽບວິໄນຂອງນັກສຶກສາ, ຄຸ້ມຄອງ, ການລາພັກ, ວຽກຫໍພັກ ແລະ ເຮືອນຄົວ

ຂໍ້ມູນຕິດຕໍ່:

Laorailway2023@gmail.com

ສະຖານທີ່ຕັ້ງ: ຫຼັກ16 ບ້ານໂພຄໍາ ເມືອງ: ໄຊທານີ ແຂວງ: ນະຄອນຫຼວງວຽງຈັນ

ໂທລະສັບ:85620 22216933,59741900.


Me
ວິທະຍາໄລ ເຕັກນິກ ວິຊາຊີບ ການລົດໄຟ LRTVC