ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2022 ) ໃນວັນທີ 19 ກໍລະກົດ 2022, ທີ່ວິທະຍາໄລເຕັກນິກ ສັບພະວິຊາ .
ພິທີເຊັນສັນຍາ ຊື້-ຂາຍອຸປະກອນໄຟຟ້າ ແລະ ກົນຈັກ ເພື່ອຮັບໃຊ້ການຮຽນ-ການສອນ ຂອງສະຖານອາຊີວະສຶກສາ 3ແຫ່ງຄື: ວິທະຍາໄລເຕັກນິກ ແຂວງວຽງຈັນ , ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຫຼວງພະບາງ ແລະ ໂຮງຮຽນເຕັກນິກ-ວິຊາຊີບ ແຂວງໄຊຍະບູລີ.
ກອງປະຊຸມ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ຄົບຮອບ 20 ປີ ແລະ ຜ່ານຮ່າງບົດລາຍງານປະຈຳໄຕມາດ III ເດືອນ 7, 8 ແລະ 9 ແລະ ທິດທາງແຜນການ ຈຸດສຸມ ຊີ້ນຳ ນຳພາ ປະຈຳໄຕມາດ IV ເດືອນ 10, 11 ແລະ 12 ປີ 2022.
"ສານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ສົກຮຽນ 2022-2023, ວັນທີ 01 ກັນຍາ 2022". ຜູ້ບໍລິຫານການສຶກສາ ແລະ ກິລາ, ພະນັກງານ, ຄູອາຈານ ນັກຮຽນນັກສຶກສາ ພີ່ນ້ອງ ປວງຊົນລາວໃນທົົ່ວປະເທດ ທີ່ນັບຖື ແລະ ຮັກແພງ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2022-2023 ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ ສູນກາງພັກ ແລະ ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມຮັກແພງສາມັກຄີມາຍັງຜູ້ບໍລິຫານການສຶກສາ, ຄູອາຈານ ແລະ ນັກຮຽນນັກສຶກສາທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດຝຶກອົບຮົມວຽກງານເອກະສານ ແລະ ພິທີການ ໃຫ້ກັບຄູ-ພະນັກງານ ທີ່ກ່ຽວຂ້ອງຈາກບັນດາພະແນກ,ພາກວິຊາ ຈຳນວນ 23 ທ່ານ. ການຝຶກອົບຮົມໄດ້ຈັດຂຶ້ນລະຫວ່າງວັນທີ 15-17 ມິຖຸນາ 2022 ໂດຍໄດ້ຮັບກຽດຈາກພະແນກເລຂານຸການແລະພິທີການ ຫ້ອງການກະຊວງສຶກສາທິການແລະ ກິລາ ເປັນວິທະຍາກອນ. ພິທີເປີດການຝືກອົບຮົມດັ່ງກ່າວໄດ້ໄຂຂຶ້ນໃນວັນທີ 15ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິຍາ ປ່າໄຊ ຮອງຜູ້ອຳນວຍການວິທະຍາເຕັກນິກລາວ-ເຢຍລະມັນ,ທ່ານ ນາງ ມະລິພອນ ສຸລິຍາ ຮອງຫົວໜ້າພະແນກເລຂານຸການ ແລະພິທີການ, ວິທະຍາກອນ ແລະ ສຳມະນາກອນທັງໝົດເຂົ້າຮ່ວມ.
ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2022 ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງຊຽງຂວາງ ໄດ້ຈັດພິທີເຊັນສັນຍາການຮ່ວມມື ທາງດ້ານວິຊາການ ຂຶ້ນທີ່ຫ້ອງປະຊຸມວິທະຍາໄລ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ບຸນຄົງ ດວງພະວັນ ຜູ້ອໍານວຍການວິທະຍາໄລ , ທ່ານ ພອນແກ້ວ ພູນທອງໃສ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ທ່ານ ພທ ສີວອນ ສິນສອນໄຊ ຫົວໜ້າກອງຜະລິດເລກ 3 ລ້ອງປິວ, ທ່ານ ສີທົນ ມະໂນທໍາ ຫົວໜ້າສູນກະສິກໍາ ຄັງເພາະ, ທ່ານ ຈະເລີນ ສີສອນໄຊ ຮອງຫົວໜ້າຟາມ ສຸກສະນະ ພ້ອມດ້ວຍຄະນະອໍານວຍການ, ພະນັກງານທັງ 5 ພາກສ່ວນເຂົ້າຮ່ວມເປັນສັກຂີພີຍານ 30 ກ່ວາຄົນ,ໃນພິທີ ທ່ານ ບຸນຄົງ ດວງພະວັນ ຜູ້ອໍານວຍການ ວິທະຍາໄລ ໄດ້ຂຶ້ນກ່າວຕ້ອນຮັບ ແລະ ຜ່ານປະຫວັດ ການຮ່ວມມືຜ່ານມາໂດຍຫຍໍ້.
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໂທ: 021 216 473 : Fax: 021 216 473