ຂໍ້ມູນກ່ຽວກັບ ວິດີໂອຂ່າວສານສຶກສາ ຕ່າງໆ:


ວິດີໂອກິດຈະກໍາ ແລະ ສະຖານອາຊີວະສຶກສາ

ວິທະຍາໄລເຕັກນິກ ແຂວງວຽງຈັນ.

ວັນທີ 08 ກໍລະກົດ 2022

ໃນຕອນບ່າຍຂອງວັນທີ 08 ກໍລະກົດ 2022 ວິທະຍາໄລເຕັກນິກໜອງຄາຍ ແລະ ວິທະຍາໄລການອາຊີບໜອງຄາຍ ໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາດ້ານວິຊາການ ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ. ໃຫ້ກຽດໃນການມາຢ້ຽມຢາມຄັ້ງນີ້ ໂດຍ ທ່ານ ປະລິນຍາເອກ ເດດວິໄຊ ພິມໂຄດ ຜູ້ອໍານວຍການວິທະຍາໄລເຕັກນິກ ໜອງຄາຍ ແລະ ທ່ານ ໄຊກອນ ຈັນສີ ຜູ້ອຳນວຍການວິທະຍາໄລການອາຊີບ ໜອງຄາຍ ພ້ອມດ້ວຍ ພະນັກງານຄູ ແລະ ບຸກຄະລາການທາງການສຶກສາ ຂອງທັງສອງວິທະຍາໄລເຕັກນິກ, ເຊິ່ງຕ້ອນຮັບໂດຍ ທ່ານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ ພ້ອມດ້ວຍຄະນະອຳນວຍການ, ຄະນະພະແນກ ແລະ ຄະນະພາກວິຊາຂອງວິທະຍາໄລເຕັກນິກ ແຂວງວຽງຈັນ.


ວິທະຍາໄລເຕັກນິກ ແຂວງວຽງຈັນ.

ວັນທີ 12 ກໍລະກົດ 2022

ກອງປະຊຸມປຶກສາຫາລືກ່ຽວກັບການຂໍຂໍ້ມູນເພີ່ມເຕີມໃນການຂໍອາສາສະໝັກຍີ່ປຸ່ນ ໂດຍຜ່ານອົງການຮ່ວມມືສາກົນ ລາວ-ຍີ່ປຸ່ນ (JICA Laos Office). ໃນຕອນບ່າຍຂອງວັນທີ 11 ກໍລະກົດ 2022 ຄະນະນຳວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ມີການປຶກສາຫາລືກັບຕົວແທນຈາກອົງການຮ່ວມມືສາກົນ ລາວ-ຍີ່ປຸ່ນ (JICA Laos Office) ກ່ຽວກັບການຂໍຂໍ້ມູນເພີ່ມເຕີມໃນການຂໍອາສາສະໝັກຍີ່ປຸ່ນ (JICA Volunteer) ມາປະຈໍາການຢູ່ ວິທະຍາໄລເຕັກນິກ ແຂວງວຽງຈັນ.


ພິທີມອບທຶນການສຶກສາ ໃນໂຄງການລາວໂຕໂຢຕ້າ.

ວັນທີ 26 ທັນວາ 2022

ພິທີມອບທຶນການສຶກສາ ໃນໂຄງການລາວໂຕໂຢຕ້າ ມອບທຶນການສຶກສາ 30 ທຶນ ສະຫຼອງ 30 ປີ.

ວິທະຍາໄລເຕັກນິກລາວ-ເຢຍລະມັນ

ວັນທີ 15-17 ມິຖຸນາ 2022

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດຝຶກອົບຮົມວຽກງານເອກະສານ ແລະ ພິທີການ ໃຫ້ກັບຄູ-ພະນັກງານ ທີ່ກ່ຽວຂ້ອງຈາກບັນດາພະແນກ,ພາກວິຊາ ຈຳນວນ 23 ທ່ານ. ການຝຶກອົບຮົມໄດ້ຈັດຂຶ້ນລະຫວ່າງວັນທີ 15-17 ມິຖຸນາ 2022 ໂດຍໄດ້ຮັບກຽດຈາກພະແນກເລຂານຸການແລະພິທີການ ຫ້ອງການກະຊວງສຶກສາທິການແລະ ກິລາ ເປັນວິທະຍາກອນ.ພິທີເປີດການຝືກອົບຮົມດັ່ງກ່າວໄດ້ໄຂຂຶ້ນໃນວັນທີ 15ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິຍາ ປ່າໄຊ ຮອງຜູ້ອຳນວຍການວິທະຍາເຕັກນິກລາວ-ເຢຍລະມັນ,ທ່ານ ນາງ ມະລິພອນ ສຸລິຍາ ຮອງຫົວໜ້າພະແນກເລຂານຸການ ແລະພິທີການ, ວິທະຍາກອນ ແລະ ສຳມະນາກອນທັງໝົດເຂົ້າຮ່ວມ.

ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງຊຽງຂວາງ

ວັນທີ 29 ມິຖຸນາ 2022

ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2022 ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງຊຽງຂວາງ ໄດ້ຈັດພິທີເຊັນສັນຍາການຮ່ວມມື ທາງດ້ານວິຊາການ ຂຶ້ນທີ່ຫ້ອງປະຊຸມວິທະຍາໄລ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ບຸນຄົງ ດວງພະວັນ ຜູ້ອໍານວຍການວິທະຍາໄລ , ທ່ານ ພອນແກ້ວ ພູນທອງໃສ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ທ່ານ ພທ ສີວອນ ສິນສອນໄຊ ຫົວໜ້າກອງຜະລິດເລກ 3 ລ້ອງປິວ, ທ່ານ ສີທົນ ມະໂນທໍາ ຫົວໜ້າສູນກະສິກໍາ ຄັງເພາະ, ທ່ານ ຈະເລີນ ສີສອນໄຊ ຮອງຫົວໜ້າຟາມ ສຸກສະນະ ພ້ອມດ້ວຍຄະນະອໍານວຍການ, ພະນັກງານທັງ 5 ພາກສ່ວນເຂົ້າຮ່ວມເປັນສັກຂີພີຍານ 30 ກ່ວາຄົນ,ໃນພິທີ ທ່ານ ບຸນຄົງ ດວງພະວັນ ຜູ້ອໍານວຍການ ວິທະຍາໄລ ໄດ້ຂຶ້ນກ່າວຕ້ອນຮັບ ແລະ ຜ່ານປະຫວັດ ການຮ່ວມມືຜ່ານມາໂດຍຫຍໍ້.

ວິທະຍາໄລເຕັກນິກ ແຂວງວຽງຈັນ.

ວັນທີ 11 ກໍລະກົດ 2022

ກອງປະຊຸມຖອດຖອນບົດຮຽນກ່ຽວກັບການຮຽນ-ການສອນອາຊີວະສຶກວາແບບຄວບຄູ່ (ອສຄ/DCT). ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2022 ໄດ້ມີກອງປະຊຸມຖອດຖອນບົດຮຽນກ່ຽວກັບການຮຽນ-ການສອນອາຊີວະສຶກວາແບບຄວບຄູ່ (ອສຄ/DCT) ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ໂດຍໄດ້ຕ້ອນຮັບການມາທັດສະນະສຶກສາ ແລະ ຖອດຖອນບົດຮຽນ ກ່ຽວກັບຂະບວນການຮຽນ-ການສອນແບບຄວບຄູ່ (ອສຄ/DCT) ຂອງວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ.

ຂໍ້ມູນກ່ຽວກັບສະຖານອາຊີວະສຶກສາ ພາກລັດທັງໜົດມີ: 26 ແຫ່ງ
ຂໍ້ມູນກ່ຽວກັບສະຖານອາຊີວະສຶກສາ ພາກເອກະຊົນທັງໜົດມີ: 66 ແຫ່ງ

ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໂທ: 021 216 473 : Fax: 021 216 473